11/08/2026
ໃນຕອນເຊົ້າ ຂອງວັນທີ 11 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ, ຄະນະພັກ-ຄະນະນຳ ຫສປທ ເຂົ້າຮ່ວມວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ, ນໍາພາໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ.
.jpeg)
.jpeg)
ຕາງໜ້າໃຫ້ຄະນະບໍລິຫານງານພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຂອງ ຫ້ອງວ່າການສໍານັກງານປະທານປະເທດ ກໍຄືໃນນາມສ່ວນຕົວ ພ້ອມດ້ວຍຄອບຄົວ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງເເຕ່ເປັນການສູນເສຍຂອງຄອບຄົວ ແລະ ຍາດຕິພີ່ນ້ອງເທົ່ານັ້ນ, ແຕ່ຍັງເປັນການສູນເສຍອັນໃຫຍ່ຫຼວງຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ.
ຜົນງານ, ຄຸນງາມຄວາມດີ, ນໍ້າໃຈຮັກຊາດອັນດູດດື່ມ ແລະ ອຸດົມການທີ່ ສະຫາຍໄດ້ອຸທິດຕົນທາງດ້ານສະຕິປັນຍາ ແລະ ເຫື່ອແຮງຕະຫຼອດໄລຍະຜ່ານມານັ້ນ ຈະຢູ່ໃນຄວາມຊົງຈຳ ແລະ ຂໍຈາລຶກໄວ້ໃຫ້ແກ່ ພະນັກງານລຸ້ນຫຼັງຂອງ ຫ້ອງວ່າການສໍານັກງານປະທານປະເທດ ພວກເຮົາໄດ້ສືບທອດຕະຫຼອດໄປ.
ພວກຂ້າພະເຈົ້າ ຂໍສະແດງຄວາມເຄົາລົບຮັກ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈນໍາ ຄອບຄົວ ພົມວິຫານ ຕໍ່ການສູນເສຍຄັ້ງໃຫ່ຍນີ້. ຂໍໃຫ້ດວງວິນຍານຂອງ ສະຫາຍ ຈົ່ງໄປສູ່ສຸຄະຕິດ້ວຍເຖີ້ນ.

